You are here

24 ພຶດ​ສະ​ພາ, ນະ​ຄອນຫຼວງວຽງ​ຈັນ​ - ການ​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​ສຳ​ລັບ​ແມ່​ຍິງ ແລະ ເດັກເກີດໃໝ່ ແມ່ນ​ປະ​ກອບ​ສ່ວນ​ໃສ່​ການຫຼຸດ​ຜ່ອນ ອັດ​ຕາ​ການ​ຕາຍ​ຂອງ​ແມ່ ແລະ ເດັກເກີດໃໝ່​ຢ່າງ​ແທ້​ຈິງ, ມັນ​ແມ່ນ​ອົງ​ປະ​ກອບ​ທີ່​ສຳ​ຄັນ​ຂອງ​ສິດ​ທິໃນ​ການ​ມີ​ສຸ​ຂະ​ພາບດີ ແລະ ໃນ​ແນວ​ທາງ​ທີ່​ມີ​ຄວາມ​ສະ​ເໝີ​ພາບ ແລະ ມີ​ກຽດ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ.

ວັນ​ທີ 5 ພຶດ​ສະ​ພາ ແມ່ນວັນ​ຜະ​ດຸງ​ຄັນ​ສາ​ກົນ ແລະ ແຕ່​ລະ​ປີ ແມ່ນ​ວັນ​ສະ​ເຫຼີມ​ສະຫຼອງ​ການ​ເປັນ​ຜູ້​ນຳ ແລະ ຄຸນ​ນະ​ພາບ​ຂອງ​ການ​ບໍ​ລິ​ການທີ່​ຜະ​ດຸງ​ປະກອບສ່ວນ ໂດຍສະເພາະແມ່ນການຊ່ວຍໃຫ້ການເກີດລູກມີຄວາມປອດໄພ.

ປີນີ້, ພວກ​ເຮົາສະ​ເຫຼີມ​ສະຫຼອງວັນ​ຜະ​ດຸງ​ຄັນ​ສາ​ກົນ ໃນ​ວັນ​ທີ 24 ພຶດ​ສະ​ພາ ກອງ​ປະ​ຊຸມ​ໂດຍ​ມີ​ຫົວ​ຂໍ້​ວ່າ ‘ຜະ​ດຸງ​ຄັນ​ນຳ​ໜ້າ​ໃນ​ການ​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ’ ຈັດ​ຕັ້ງ​ໂດຍສະ​ມາ​ຄົມ​ຜະ​ດຸງ​ຄັນ​ລາວ ແລະ ​ສະ​ໜັບ​ສະ​ໜູນ ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກອງ​ທຶນ​ສຳ​ລັບ​ປະ​ຊາ​ກອນ (UNFPA).

ມີ​ຜູ້​ເຂົ້າ​ຮ່ວມ​ປະ​ມານ 100 ຄົນ ລວມ​ທັງ​ຜະ​ດຸງ​ຄັນ​ຈາກ 17 ແຂວງ​ໃນ​ລາວ ແລະ ຈາກ​ນະ​ຄອນຫຼວງມີ​ບັນ​ດາ​ກົມ​ອ້ອມ​ຂ້າງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ໂຮງ​ໝໍ​ສູນ​ກາງ ມາ​ຮ່ວມ​ກັນ​ທີ່​ໂຮງ​ໝໍ​ມິດ​ຕະ​ພາບມື້ນີ້ ເພື່ອ​ສະຫຼອງ​ວັນ​ຜະ​ດຸງ​ຄັນ​ສາ​ກົນ ແລະ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ບໍ​ລິ​ການ​ທີ່​ມີ​ຄວາມ​ເຄົາ​ຣົບ ທີ່​ທາງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ມີ​ປື້ມ​ຄູ່​ມື​ອອກ​ມາ. ອີກ​ຢ່າງ​ກໍ​ມາ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ນຳ​ໃຊ້ Partograph ໃນ​ການ​ເບິ່ງ​ແຍງ​ແມ່​ຍິງ​ໃນ​ໄລ​ຍະ​ເກີດ​ລູກ, ການ​ສົ່ງ​ເສີ​ມ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ຢ່າງ​ດຽວ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໃບ​ອະ​ນຸ​ຍາດ​ປະ​ກອບ​ວີ​ຊາ​ຊີບ​ຂອງ​ຜະ​ດຸງ​ຄັນ.

ຜະດຸງຄັນແມ່ນມີບົດບາດສຳຄັນໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ເຊິ່ງເປັນສິ່ງທີສຳຄັນໃນການບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ ເປົ້າໝາຍທີ 3​ ການມີສຸຂະພາບດີ ແລະ ການເປັນຢູ່ທີ່ດີ ລວທັງມີການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ, ການເຂົ້າຫາການບໍລິກາແບບທົ່ວເຖິງ ແລະ ການເຂົ້າຫາການບໍລິການສາທາລະນະສຸກທີ່ມີຄຸນນະພາບທ່ານ ດຣ. ນິຣັນ ພູມິນ, ຫົວໜ້າກົການສຶກສາສາທາລະນະສຸກ ໄດ້ກ່າວ.

 

Dr Niranh Phoumindr, Director of Department of Health Professional Education

ໃນ​ທົ່ວ​ໂລກ, ແມ່​ຍິງ​ກ່​ວາ 340,000 ຄົນ ແລະ ເດັກ​ນ້ອຍກວ່າ 3 ລ້ານ​ຄົນ​ຕາຍ​ໃນ​ແຕ່​ລະປີ ຈາກ​ອາ​ການ​ສົນ​ຕ່າງໆ​ທີ່​ເກີດ​ຈາກ​ການ​ຖື​ພາ ແລະ ເກີດ​ລູກ. ສາ​ເຫດຫຼາຍໆ​ອັນ​ນີ້​ປ້ອງ​ກັນ​ໄດ້ ຖ້າ​ຫາກ​ມີ​ຜະ​ດຸງ​ຄັນ​ທີ່​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​​ເປັນຢ່າງ​ດີ ແລະ ມີ​ຈຳ​ນວນ​ພຽງ​ພໍ​ເພື່ອ​ໃຫ້​ການ​ບໍ​ລິ​ການ​ຢ່າງ​ທົ່ວ​ເຖິງ.

ການດູແລໂດຍຜະດຸງຄັນທີ່ມີຄຸນນະພາບດີ ແມ່ນຊ່ວຍຊີວິດແມ່ຍິງ ແລະ ເດັກອ່ອນພ້ອທັງປະກອບສ່ວນໃຫ້ຄອບຄົວມີສຸຂະພາບດີ ແລະ ເພີ່ມພູນການຜະລິດໃນຊຸມຊົນ. ສະນັ້ນ, ມັນມີຄວາມສຳຄັນຫຼາຍທີ່ຕ້ອງສຸມໃສ່ການສ້າງ ແລະ ເພີ່ມຄວາມ​​ອາດສາມາດໃຫ້ຜະດຸງຄັນເພື່ອໃຫ້ເຂົາເຈົ້າບັນລຸໄດ້ຕາມມາດຕະຖານ​​ສາກົນທາງດ້ານຜະດຸງຄັນ​” ດຣ. ນິຣັນ ໄດ້ກ່າວເພີ່ມເຕີມ .

ອີງ​ໃສ່​ຂໍ້​ມູນ​ຈາກ​ການ​ສຳ​ລວດ​ດັດ​ຊະ​ນີ​ໝາຍ​ສັງ​ຄົມ  ຄັ້ງ​ທີ 2 (LSIS 2) 2017-2018, ອັດ​ຕາ​ການ​ຝາກ​ທ້ອງ​ໃນ​ແມ່​ຍິງ​ອາ​ຍຸ 15-49 ປີ​ ນຳ​ຜູ້​ໃຫ້​ບໍ​ລິ​ການ​ສຸ​ຂະ​ພາບ​ທີ່​ມີ​ຄວາມ​ຊຳນານຢ່າງ​ນ້ອຍ​ຄັ້ງ​ນຶ່ງ ແມ່ນ​ເພີ່ມ​ຂື້ນ​ຈາກ​ 54.2% LSIS 1 ຫາ 78.4% LSIS 2,  ການ​ດູ​ແລຫຼັງ​ເກີດ​​ແມ່ນ​ເພີ່​ມ​ຂື້​ນ​ຈາກ 39.5% LSIS 1 ຫາ 47.2% LSIS 2. ຜະ​ດຸງ​ຄັນ​ແມ່ນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ຕໍ່​ຜົນ​ໄດ້​ຮັບ​ດັ່ງ​ກ່າວ.

ຕັ້ງ​ແຕ່​ປີ 2009, ແຜນ​ງານ​ສະ​ໜັບ​ສະ​ໜູນ​ຜະ​ດຸງ​ຄັນແມ່​ນ​ໄດ້​ເລີ່ມ​ໃນ ສ​ປ​ປ ລາວ ເຊິ່ງ​ມີ UNFPA ແລະ ຄູ່​ຮ່ວມ​ງານ​ອື່ນໆ​ຊ່ວຍ​ເຫຼື່ອ​ທາງ​ດ້ານ​ວິ​ຊາ​ການ ແລະ ທຶນ​ຮອນ. ປະ​ຈຸ​ບັນ, ​ມີ​ຜະ​ດຸງ​ຄັນຫຼາຍກວ່າ 1794 ຄົນ ​ກຳ​ລັງ​ປະ​ຕິ​ບັດ​ໜ້າທີ່​ໃນທົ່ວ​ປະ​ເທດ, ຜະ​ດຸງ​ຄັນ​ເຫຼົ່າ​ນັ້ນ​ປະ​ຈຳ​ຢູ່​ສຸກ​ສາ​ລາທີ່​ໄກ້​ຊິດ​ກັບ​ບັນ​ດາ​ແມ່​ທັງ​ຫຼາຍ ແລະ ຊຸມ​ຊົນ, ໂດຍ​ສະ​ເພາະ​ແມ່​ນຜະ​ດຸງ​ຄັນ​ເຫຼົ່າ​ນັ້ນ​ຈະ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ເຂດ​ຊົນ​ນະ​ບົດເຂົ້າ​ເຖິງການ​ດູ​ແລ.

UNFPA ເຊື່ອຢ່າງຍິ່ງວ່າ ຜະດຸງຄັນທີ່ໄດ້ຮັບການຝຶກເອົາຮົມທີ່ດີ ແມ່ນຈະຊ່ວຍຫຼີກລ້ຽງການຕາຍຂອງແມ່ໄດ້ 2/3ທ່ານນາງເຟຼເດີຣິກາ ເມເຢີ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປ ລາວ ໄດ້ກ່າວ.

said Ms. Frederika Meijer, UNFPA Lao PDR Representative

ຍິ່ງໄປກວ່ານັ້ນ, ​ຜະດຸງຄັນ ບໍ່ພຽງແຕ່ຊ່ວຍເກີດລູກ ພວກເຂົາຍັງສະໜອງຂໍ້ມູນຂ່າວສານ ແລະ ການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ພ້ອໃຫ້ຄວາມຊ່ວຍເຫຼື່ອດ້ານການວາງແຜນຄອບຄົວ ແລະ ຜະດຸງຄັນຍັງໜອງຂໍ້ມູນໃຫ້ນາງນ້ອຍ - ເດັກຍິງໄວຈະເລີນພັນ - ຂໍ້ມູນຂ່າວສານ ແລະ ການບໍລິການທີ່ລາວ້ອງການເພື່ອເປັນທາງເລືອກໃນອະນາຄົດ ທ່ານນາງ ເຟຼເດີຣິກາ ໄດ້ກ່າວ​ຕື່ມ​.

ກອງ​ປະ​ຊຸມນີ້​ຍັງໄດ້ນຳສະ​ເໜີ​ຄວາມ​ເປັນ​ມາ​ຂອງວັນ​ຜະ​ດຸງ​ຄັນ​ສາ​ກົນ ແລະ ມີ​ການ​ປຶກ​ສາ​ຫາ​ລື​ກັບ​ຜູ້​ຊ່ຽວ​ຊານ​ຂະ​ແໜງ​ການ ແລກ​ປ່ຽນ​ບົດ​ຮຽນ​ກັບ​ອາ​ຈານ​ຜະ​ດຸງ​ຄັນ ແລະ ນັກ​ຮຽນ ພ້ອມນັ້ນ​ຍັງ​ມີ​ການ​ສາຍ​ວີ​ດີ​ໂອ ຈາກ​ນັກ​ຮຽນ​ຜະ​ດຸງ​ຄັນ​ທີ່​ເວົ້າ​ເຖິງ​ຄວາມ​ແຮງບັນດານໃຈ​ໃນ​ການ​ເລືອກ​ຮຽນ​ວິ​ຊາ​ຊີບນີ້.

ອ່ານເພີ່ມເຕີມກ່ຽວກັບວັນຜະດຸງຄັນສາກົນປະຈຳປີ 2018 ທີ່: https://lao.unfpa.org/en/news/midwife-%E2%80%93-flagship-reproductive-he...

 

ສອບຖາມ ແລະ ຂໍ້ມູນເພີ່ມເຕີມທີ່:

ໄກອຳພອນ ສິງຫາລາດ

ອີເມວ: Singhalath@unfpa.org

ໂທ: 021 267 680, ມືຖື: 020 7777 6597