You are here

ນາງ ແດງມາລາ ອິນທິພອນ ແລະ ນາງ ນັນດີ ໄຊຍະສານ ແມ່ນນາງຜະດຸງຄັນໃນປະເທດ ສປປ ລາວ ທີ່ມີໃຈຮັກໃນການເຮັດວຽກງານນີ້. ແດງມາລາເກີດທີ່ເມືອງດາດຈຶງ ແຂວງເຊກອງ ເຮັດວຽກປະຈຳຢູ່ທີ່ໂຮງໝໍເມືອງທ່າແດງ ລາວເປັນຄົນຊົນເຜົ່າຕະຫຼຽງ ສ່ວນ ນາງ ນັນດີ ແມ່ນເປັນຄົນແຂວງສາລາວັນ. ທັ້ງສອງໄດ້ສະແດງເຖິງຄວາມເອົາໃຈໃສ່ແລະຄວາມຮັກຕໍ່ແມ່ແລະລຸກນ້ອຍ. ແດງມາລາເປັນນາງຜະດຸງຄັນລຸ້ນໃຫຍ່ທີ່ມີປະສົບການ ແຕ່ນັນດີນັ້ນຍັງເປັນມືໃໝ່ ແລະ ຍັງຕ້ອງການພັດທະນາຕົວເອງເພື່ອໃຫ້ມີຄວາມໝັ້ນໃຈໃນສາຍງານນີ້

ໃນວຽກງານຂອງລາວ ນາງແດງມາລາມັກຈະຄິດວ່າວິທີການສົ່ງເສີມ ແລະ ຊັກຊວນຊຸມຊົນເລື່ອງການດູແລຕອນຖືພາ

ລາວກໍ່ໄດ້ຮ່ວມມືກັບກັບນາຍບ້ານ ທີ່ສະໜັບສະໜູກວຽກງານຂອງລາວມາຕະຫຼອດ. ແດງມາລາແລະນາຍບ້ານໄດ້ລົງຢ້ຽມຢາມໝູ່ບ້ານເພື່ອມອບແລະສົ່ງເສີມການວາງແຜນຄອບຄົວ, ແນະນຳແມ່ຍິງໃຫ້ໄປຝາກທ້ອງ ເຊິ່ງບໍລິການດັ່ງກ່າວແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍ ສາມາດມາຮັບບໍລິການໄດ້ທີ່ໂຮງໝໍຫຼືສຸກສາລາທີ່ຢູ່ໃກ້ຄຽງ. ລາວເຮັດແບບນີ້ເພື່ອໃຫ້ຄູ່ຜົວເມຍຍົກເລີກການເຂົ້າໄປໃນປ່າເພື່ອເກີດລູກ ເຊິ່ງການປະຕິບັດນີ້ແມ່ນຍັງມີຢູ່ທົ່ວໄປ ແລະ ມີຄວາມສ່ຽງຫຼາຍ. ຢູ່ໂຮງໝໍ ລາວຮັບປະກັນວ່າແມ່ຈະໄດ້ຮັບເຄື່ອງຊ່ວຍເຫຼືອຫລັງເກີດສຳລັບພວກເຂົາແລະເດັກເກີດໃໝ່.

ເຄີຍມີແມ່ລູກອ່ອນຄົນໜຶ່ງທີ່ໄປເກີດຢູ່ໃນປ່າ ແລ້ວກັບບ້ານໄປຢູ່ໄຟໃນຂະນະທີ່ລາວຍັງມີອາການເລືອດອອກ ສຸດທ້າຍລາວກໍ່ເສຍຊີວິດຫຼັງຈາກທີ່ສົ່ງໄປໂຮງໝໍນາງແດງມາລາເລົ່າໃຫ້ຟັງ ເຮົາເຮັດວຽກໜັກເພື່ອໃຫ້ຄວາມເຊື່ອດ້ານວັດທະນະທຳແບບນີ້ສິ້ນສຸດລົງ. ມັນເປັນໜ້າທີ່ຂອງເຮົາທີ່ຈະຕ້ອງໄດ້ເອົາໃຈໃສ່ໃນການໃຫ້ຄວາມຮູ້ ແລະ ປູກຈິດສຳ ນຶກເພື່ອໃຫ້ແມ່ຍິງແລະຜົວຂອງເຂົາເຈົ້າຮັບຮູ້ເລື່ອງວ່າການບໍລິການດັ່ງກ່າວ.

ເຖິງຢ່າງໃດກໍ່ຕາມ, ແດງມາລາ ແລະ ນັນດີບໍ່ສາມາດສື່ສານກັບຄົນເຈັບທັງໝົດ. ຢູ່ໃນແຂວງເຊກອງມີ 8 ຊົນເຜົ່າ ອາໄສຢູ່ ແລະແຕ່ລະຊົນເຜົ່າກໍ່ມີພາສາຂອງຕົນເອງ. ຄວາມແຕກຕ່າງທາງດ້ານຮີດຄອງກໍ່ແມ່ນອີກບັນຫາໜຶ່ງ ທີ່ບາງຄົນຍັງຍຶດໝັ້ນໃນຄວາມເຊື່ອຜິດໆ ເຊັ່ນການເຂົ້າໂຮງໝໍຈະນຳເອົາໂຊກບໍ່ດີມາສູ່ລູກ.

“ການເດີນທາງໄປມາຫາສູ່ກໍ່ເປັນອີກອຸບປະສັກໜຶ່ງສຳລັບພວກເຮົາແລະຊຸມຊົນ ມີຫຼາຍຄົນທີ່ອາໄສຢູ່ໃນເຂດທຸລະກັນດານ ທີ່ບໍ່ມີຖະໜົນເຂົ້າສູ່ໝູ່ບ້ານ ບາງເທື່ອເຮົາກໍ່ຕ້ອງໄດ້ເດີນທາງໄປເພື່ອຊ່ວຍຜູ້ຍິງທີ່ກຳລັງຢູ່ໃນຄວາມສ່ຽງເກີດລູກ” ນາງນັນດີໄດ້ກ່າວໄວ້

 

ໃນຖານະນາງຜະດຸງຄັນ ນາງນັນດີ ແລະ ແດງມາລາ ຮັບຮູ້ ແລະ ກັງວົນເຖິງອັດຕາການຕາຍຂອງແມ່ແລະເດັກທີ່ຍັງສູງໃນປະເທດລາວ ໂດຍສະເພາະໃນໄລຍະການລະບາດຂອງ COVID-19. ການປິດດ່ານ ແລະ ຄວາມຢ້ານກົວໄດ້ມີຜົນກະທົບຕໍ່ຈຳນວນຄົນທີ່ເຂົ້າໄປຮັບບໍລິການ ແລະ ຕິດຕາມອາການ. ທີມງານຂອງພວກເຂົາຕ້ອງໄດ້ຫາວິທີແກ້ໄຂເພື່ອເຮັດໃຫ້ການບໍລິການສາມາດເຂົ້າເຖິງໄດ້ເຊັ່ນການນຳໃຊ້ການຊ່ວຍເຫຼືອດ້ານການດູແລຕອນຖືພາ ແລະ ປຸກລະດົມໃຫ້ຄວາມຮູ້ແກ່ຊຸມຊົນ. ອົງການ UNFPA ກຳລັງທົດລອງຮູບແບບການແພດທາງໄກເພື່ອໃຫ້ຂໍ້ມູນທີ່ແທ້ຈິງກ່ຽວກັບ COVID-19. ຂໍ້ມູນລ່າສຸດສະແດງໃຫ້ເຫັນວ່າການຄຸ້ມຄອງດູແລກ່ອນເກີດໃນປະເທດລາວໄດ້ຫຼຸດລົງ ຍ້ອນການລະບາດຂອງ COVID-19 ແລະ ການຖືພາໂດຍບໍ່ຕັ້ງໃຈ ແລະ ການຕາຍຂອງແມ່ກໍ່ເພີ່ມຂຶ້ນ. ແດງມາລາ ແລະ ນັນດີຮັບຮູ້ເຖິງຄວາມຈຳເປັນໃນການສະໜັບສະໜູນຊຸມຊົນ, ເພື່ອແຈ້ງໃຫ້ຜົວແລະຄອບຄົວຮູ້ກ່ຽວກັບຄວາມສຳຄັນຂອງສິດທິສຸຂະພາບທາງເພດແລະຈະເລີນພັນໂດຍສະເພາະແມ່ນເລື່ອງສຸຂະອະນາໄມ ການຄຸມກຳເນີດ ການກະກຽມກ່ອນຖືພາ ແລະ ການເບິ່ງແຍງໃນໄລຍະກ່ອນ ແລະ ຫຼັງເກີດ.

ໃນຖານະນາງຜະດຸງຄັນ ມັນເປັນຄວາມຮັບຜິດຊອບຂອງເຮົາທີ່ຈະຕ້ອງໃຫ້ຄວາມຮູ້ແກ່ແມ່ຍິງກ່ຽວກັບສິດທິແລະພຶດຕິກຳທີ່ດີຕໍ່ສຸຂະພາບ ໂດຍສະເພາະການວາງແຜນຄອບຄົວ ອະທິບາຍປະໂຫຍດຂອງການມີລູກຫ່າງໃຫ້ແມ່ຍິງແລະຄອບຄົວເຂົາເຈົ້າ. ນອກຈາກການໃຫ້ຂໍ້ມູນກ່ຽວກັບວິທີການຄຸມກຳເນີດ ເຮົາກໍ່ໄດ້ແນະນຳໃຫ້ແມ່ຍິງໄປຝາກທ້ອງທີໂຮງໝໍ ເພື່ອທີ່ ເຮົາຈະໄດ້ວາງແຜນລ່ວງໜ້າເມື່ອເຖິງເວລາເກີດລູກ ເປົ້າໝາຍສູງສຸດຂອງການຝາກທ້ອງທີ່ປະສົບຜົນສຳເລັດແມ່ນຄຸນນະພາບຊີວິດຂອງແມ່ແລະລູກ ບໍ່ພຽງແຕ່ທາງກາຍເທົ່ານັ້ນ ແຕ່ຍັງໄປເຖິງຈິດໃຈນຳ ນາງນັນດີໄດ້ກ່າວໄວ້

ທີ່ ສປປ ລາວ, ອົງການ UNFPA ໄດ້ມີການສະໜັບສະໜູນກະຊວງສາທາລະນະສຸກຜ່ານຮູບແບບແລະການຮ່ວມມືເພື່ອບັນລຸຄຳໝັ້ນສັນຍາຂອງ ICPD25 ທີ່ ສປປ ລາວ ໄດ້ປະຕິບັດ. ວຽກງານນີ້ແມ່ນໄດ້ຮັບການສະໜັບສະໜູນ ຈາກຄູ່ຮ່ວມມືຢ່າງ Luxemburg Aid and Development, ມູນນິທິເກົາຫຼີເພື່ອສຸຂະພາບສາກົນ, ອົງການຮ່ວມມືສາກົນເກົາຫຼີ. ຄູ່ຮ່ວມງານປະກອບສ່ວນເຂົ້າໃນການຊ່ວຍເຫຼືອຂອງ UNFPA ເຊັ່ນ 1. ເຮັດໃຫ້ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນສາມາດເຂົ້າເຖິງໄດ້ທົ່ວໂລກ ແລະ ນຳໃຊ້ໄດ້ 2. ສ້າງຂີດຄວາມສາມາດຂອງນັກຜະດຸງຄັນ ໂດຍອີງໃສ່ມາດຕະຖານການຝຶກອົບຮົມແບບສາກົນ ສຸມໃສ່ການຮ່ວມເອົານັກຜະດຸງຄັນຈາກກຸ່ມຊົນເຜົ່າສຳລັບການປະຕິບັດໜ້າທີ່ໃນຊຸມຊົນທີ່ກ່ຽວຂ້ອງ 3. ການສື່ສານກັບໄວໜຸ່ມທີ່ເປັນມິດ ການໃຫ້ຄຳປຶກສາ ແລະ ບໍລິການທີ່ຄຳໜຶ່ງເຖິງເພດສະພາບ ແລະ ອຳນວຍຄວາມສະດວກໃນການມອບທາງເລືອກໃຫ້ເຂົາເຈົ້າ.

ເຮົາຮູ້ສຶກພູມໃຈໃນຝີມືການຜະດຸງຄັນ ແມ່ຍິງສາມາດເຊື່ອໃຈເຮົາໃນການດູແລເຂົາເຈົ້າ ໃນລະຫວ່າງການຖືພາ. ພ້ອມກັນນັ້ນ, ເຮົາກໍ່ມີຄວາມພາກພູມໃຈທີ່ເຮາສາມາດຊ່ວຍຊີວິດແມ່ແລະເດັກໂດຍການໃຫ້ການເບິ່ງແຍງໃນໄລຍະການຖືພາທີ່ປອດໄພນາງແດງມາລາກ່າວ

ການດູແລດ້ານການຜະດຸງຄັນທີ່ມີຄຸນນະພາບຊ່ວຍຫຼຸດອັດຕາການຕາຍຂອງຕາຍຂອງແມ່ ແລະ ເດັກເກີດໃໝ່ໄດ້ຫຼາຍກວ່າ 80% ການດູແລດ້ານການຜະດຸງຄັນທີ່ມີຄຸນນະພາບຊ່ວຍເພີ່ມອັດຕາການລ້ຽງລຸກດ້ວຍນົມແມ່ ແລະ ຜົນທີ່ໄດ້ຮັບທາງດ້ານຈິດໃຈ ແລະຫຼຸດຜ່ອນການແຊກແຊງ ໂດນສະເພາະການຜ່າຄອດ. ມີຄ່າໃຊ້ຈ້າຍປະມານ $3000 ໃນການເຝິກອົບຮົບນັກຜະດຸງຄັນໃນລາວ ເພື່ອໃຫ້ສຳເລັດໃນຫຼັກສູດ 3 ປີ.

 

ສຳລັບຂໍ້ມູນເພີ່ມເຕີ laos.office@unfpa.org