You are here

ນະຄອນຫຼວງວຽງຈັນ, ວັນທີ 14-15 ທັນວາ, ປີ 2020. ອົງການ UNFPA ພ້ອມດ້ວຍສະຖານທູດອັງກິດປະຈໍາລາວໄດ້ໃຫ້ການສະໜັບສະໜູນ ທີ່ພັກຫຼົບໄພສໍາລັບຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຂອງສະຫະພັນແມ່ຍິງລາວຢູ່ແຂວງສະຫວັນນະເຂດ. ນອກນັ້ນ ສະຫະພັນແມ່ຍິງລາວກໍກຳລັງຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ ຢູ່ທີ່ເມືອງເຊໂປນ, ແຂວງສະຫວັນນະເຂດ. 

ທ່ານນາງ. ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ພ້ອມດ້ວຍທ່ານ ຈອນເພຍສອນ, ເອກອັກຄະລັດຖະທູດອັງກິດປະຈໍາລາວ ແລະ ຮອງປະທານສະຫະພັນແມ່ຍິງລາວ ໄດ້ເຂົ້າຮ່ວມໃນພິທີເປີດການນໍາໃຊ້ທີ່ພັກຫຼົບໄພຂອງແມ່ຍິງໃນວັນທີ 14 ທັນວາທີ່ຜ່ານມາ. 

ອົງການ UNFPA ໄດ້ສະໜັບສະໜູນທີ່ພັກຫຼົບໄພດັ່ງກ່າວ ເຊິ່ງເປັນສ່ວນໜຶ່ງຂອງການເພີ່ມທະວີການສະໜັບສະໜູນໃຫ້ແກ່ ສປປ ລາວ ໃນການຈັດຕັ້ງຊຸດການບໍລິການທີ່ຈໍາເປັນສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງ. ຊຸດການບໍລິການທີ່ຈໍາເປັນແມ່ນເຄື່ອງມືແນະນໍາ ທີ່ກໍານົດບັນດາການບໍລິການຕ່າງໆທີ່ຈໍາເປັນ ເພື່ອສະໜອງໃຫ້ແກ່ແມ່ຍິງ ແລະ ເດັກຍິງ ຜູ້ທີ່ປະສົບກັບຄວາມຮຸນແຮງບົນພຶ້ນຖານທາງເພດ, ລວມທັງການບໍລິການທີ່ຄວນສະໜອງໃຫ້ພວກເຂົາທາງດ້ານສຸຂະພາບ, ການບໍລິການທາງສັງຄົມ, ຕໍາຫຼວດ ແລະ ກົນໄກທາງດ້ານຍຸຕິທໍາ. ການຈັດຕັ້ງປະຕິບັດຊຸດການບໍລິການທີ່ຈໍາເປັນນີ້ແມ່ນ ພົວພັນເຖິງການຮ່ວມມື ປະສານງານຈາກຫຼາຍພາກສ່ວນເພື່ອຕອບສະໜອງຕໍ່ກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. 

ເຊິ່ງທີມງານຂອງອົງການ UNFPA ກໍໄດ້ສະໜອງການຊ່ວຍເຫຼືອທາງດ້ານເຕັກນິກໃຫ້ແກ່ຜູ້ສະໜອງການບໍລິການໃນທີ່ພັກຫຼົບໄພຂອງສະຫະພັນແມ່ຍິງຢູ່ທີ່ແຂວງສະຫວັນນະເຂດ ກ່ຽວກັບວິທີການສ້າງຄວາມເຂັ້ມແຂງໃນການໃຫ້ບໍລິການ ແກ່ຜູ້ທີ່ລອດຊີວິດຈາກຄວາມຮຸນແຮງບົນພຶ້ນຖານທາງເພດຢູ່ບ່ອນທີ່ພັກຫຼົບໄພດັ່ງກ່າວ, ໃນນັ້ນປະກອບມີ ການຮັບປະກັນຄວາມອາດສາມາດໃນການຮອງຮັບເອົາແມ່ຍິງທີ່ຕ້ອງການພຶ້ນທີ່ປອດໄພ ແລະ ການປ້ອງກັນ, ຕີລາຄາການເຄື່ອນໄຫວດໍາເນີນງານໃນທີ່ພັກຫຼົບໄພ ແລະ ການປັບປຸງລະບົບ, ຂັ້ນຕອນ ແລະ ການສົ່ງຕໍ່. 

ໂດຍໃນວັນທີ 15 ທັນວານັ້ນ, ທີມງານອົງການ UNFPA ກໍໄດ້ລົງຢ້ຽມຢາມເມືອງເຊໂປນ ເພື່ອຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື  ດີຂອງແມ່ຍິງ ໂດຍມີຈຸດປະສົງເພື່ອຮັບປະກັນໃຫ້ ປຶ້ມຄູ່ມືດັ່ງກ່າວສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ຮັບຮູ້ເຖິງສິດທິຂອງພວກເຂົາ, ໂດຍສະເພາະແມ່ນສິດທິທາງເພດ ແລະ ການຈະເລີນພັນ. ເຊິ່ງອີງໃສ່ຂໍ້ສະເໜີແນະນໍາທີ່ສອດຄ່ອງກັບຄໍາໝັ້ນໝາຍ ICDP25 ແຫ່ງຊາດ, ແຜນງານນາງນ້ອຍ ແລະ ຂໍ້ສັງເກດການຂອງ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ລົບ​ລ້າງ​ທຸກ​ຮູບ​ການ​ຈຳ​ແນກ​ຕໍ່​ແມ່​ຍິງ (CEDAW). ປຶ້ມຄູ່ມືດັ່ງກ່າວ ຍົກໃຫ້ເຫັນຕົວແບບໃນການພັດທະນາຄອບຄົວເປັນຕົ້ນ i) ຫ້ອງນໍ້າທີ່ປອດໄພ ແລະ ໄຟໃນຄົວເຮືອນ, ii) ຄວາມຮັບຜິດຊອບວຽກເຮືອນທີ່ສະເໝີພາບກັນລະຫວ່າງແມ່ຍິງ ແລະ ຜູ້ຊາຍ, iv) ການປ້ອງກັນການແຕ່ງງານກ່ອນອາຍຸ 18 ປີ, ແລະ ການມີສ່ວນຮ່ວມຂອງຜູ້ຊາຍໃນການດູແລເດັກກ່ອນເກີດ ແລະ ຮັບປະກັນໃຫ້ແມ່ຍິງເກີດລູກກັບຜູ້ທີ່ມີຄວາມຊໍານິຊໍານານຢູ່ສຸກສາລາ ຫຼື ຢູ່ເຮືອນ.

ທ່ານນາງ. ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA, ໄດ້ກ່າວວ່າ ການສະໜັບສະໜູນຂອງອົງການ UNFPA ແມ່ນເພື່ອປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງ, ລວມເຖິງການຮຽນຈົບຊັ້ນມັດຖະຍົມ, ການເພີ່ມທະວີຕົວແທນແມ່ຍິງໃນຕໍາແໜ່ງການຕັດສິນໃຈໃນຂັ້ນບ້ານ ແລະ ການປົກປ້ອງເດັກຍິງຈາກການແຕ່ງງານໃນໄວເດັກ.

ທ່ານນາງ. ບົວຈັນ ສີຫານາດ, ຮອງປະທານສະຫະພັນແມ່ຍິງລາວ ໄດ້ກ່າວວ່າ ປຶ້ມຄູ່ມື 3 ດີຂອງແມ່ຍິງໄດ້ຮັບການພັດທະນາໃຫ້ສອດຄ່ອງ ຄຽງຄູ່ກັບແຜນພັດທະນາແມ່ຍິງ ແລະ ແຜນການພັດທະນາເສດຖະກິດ -ສັງຄົມແຫ່ງຊາດ. ການຈັດຕັ້ງປະຕິບັດປຶ້ມຄູ່ມືດັ່ງກ່າວ ຈະຊ່ວຍພັດທະນາທາງດ້ານສຸຂະພາບ, ສະຫວັດດີພາບໃຫ້ແກ່ແມ່ຍິງ, ເດັກຍິງ ແລະ ຄອບຄົວ ກໍຄືການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ສີສຸວັນ ວໍລະບຸດ 

ຜູ້ຮັບຜິດຊອບແຜນງານ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ

ອີເມວ:vorabouth@unfpa.org

 

ທ່ານ ນາງ ເພັດມະນີ ວິຍາເດດ,

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org