You are here

ບົດຄວາມເພີ່ມເຕີມ "ການສ້າງແຜນງານວາງແຜນຄອບຄົວທີ່ເຂັ້ມແຂງຢູ່ ສປປ. ລາວ : ການລົງທືນກັບຜະດຸງຄັນ, ສິນຄ້າແລະ ການປ່ຽນແປງພຶດຕິກຳ (1)"

ຜົນຕອບແທນໃຫຍ່ຂອງການລົງທືນກ່ຽວກັບການສະໜັບສະໜູນ ແລະ ການສື່ສານ

ຖັດຈາກການລົງທຶນໃສ່ບຸກຄະລາກອນ ການປ່ຽນແປງທີ່ດີແມ່ນເກີດຂື້ນຈາກຄວາມພະຍາຍາມຮ່ວມມືກັນ ສຳລັບການສະໜອງພະລິດຕະພັນຢາວາງແຜນຄອບຄົວ. ອົງການ UNFPA ໄດ້ສະໜັບສະໜູນການສະໜອງທາງເລືອກໃນການຄຸມກຳເນີດທີ່ຫຼາກຫຼາຍ. ດັ່ງນັ້ນ ,ລັດຖະບານແຫ່ງ ສ.ປ.ປ. ລາວ ຈຶ່ງໄດ້ເພີ່ມງົບປະມານເຂົ້າໃນການວາງແຜນຄອບຄົວຈາກ 3.5 ຫາ 31%.

ການບໍລິການໃຫ້ຄຳປຶກສາຂອງຜະດຸງຄັນແມ່ນໄດ້ຮັບໝາກຜົນຫຼາຍຢ່າງ ຕົວຢ່າງເຊັ່ນແມ່ຍິງໄດ້ຮັບການຝັງຢາ ເປັນວິທີການວາງແຜນຄອບຄົວ. “ເຂົາເຈົ້າມັກໃຊ້ວິທີຝັງຢາ ຍ້ອນປະສິດຕິພາບຂອງມັນສາມາດຢູ່ໄດ້ດົນ ເຮັດໃຫ້ຫຼຸດຜ່ອນເວລາເດີນທາງໄປມາໂຮງໝໍນ້ອຍ” ເຕ້ໄດ້ກ່າວໄວ້

ອີກໜຶ່ງຕົວຢ່າງກໍ່ຄືການປ່ຽນແປງທັດສະນະຄະຄິເພື່ອໃຫ້ຜູ້ຊາຍໄດ້ມີສ່ວນຮ່ວມໄປໃນທາງທີ່ດີ ຕໍ່ທາງເລືອກຂອງການຄຸມກຳເນີກແລະການວາງແຜນມີລູກ. ກອງປະຊຸມໃຫ້ຄປຶກສາຕ່າງໆທີ່ UNFPA ແລະຄູ່ຮ່ວມງານ ທີ່ຈັດຕັ້ງກັນເປັນປະຈຳຢູ່ຕາມຄລີນິກຕ່າງໆ ຈົນໄປເຖິງບັນດາໝູ່ບ້ານແລະເຂດຫ່າງໄກສອກຫຼີກ ທີ່ໄດ້ເຕົ້າໂຮມກຸ່ມຜູ້ຊາຍແລະຜູ້ຍິງ ໃຫ້ຮັບຮູ້ກ່ຽວກັບສຸຂະພາບຈະເລີນພັນແລະທາງເພດຢ່າງເທົ່າທຽມກັນ. ທາງ UNFPA ກໍ່ໄດ້ປຸກລະດົມຕາງໜ້າທ້ອງຖິ່ນ ແລະ ນາຍບ້ານໃນການເພີ່ມທະວີອິດທິພົນຕໍ່ຜູ້ຊາຍແລະເດັກຊາຍ. ໃນການສຳຫຼວດດ້ານຄຸນນະພາບທີ່ນຳພາໂດຍ UNFPA ສຳລັບການທົບທວນໂຄງການ, ໃນລະຫວ່າງສຳພາດ, ນາຍບ້ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ໂຄງການຂອງ UNFPA, ໂດຍສະເພາະແມ່ນກຸ່ມເປົ້າໝາຍສຳລັບໄວໜຸ່ມຍິງ ແລະ ສ້າງຄວາມເຂັ້ມແຂງໃຫ້ພວກເຂົາໂດຍຜ່ານການຮຽນຮູ້ທັກສະຊີວິດ.

ທີ່ໂຮງໝໍແຂວງຊຽງຂວາງ ຫຼັງຈາກການປິດເມືອງເພື່ອປ້ອງກັນ COVID-19 ກໍ່ໄດ້ພົບກັບພໍ່ທີ່ນັ່ງຖ້າກັບເດັກເກີດໃໝ່ເພດຍິງ ອາຍຸໜຶ່ງວັນ ຖ້າແມ່ທີ່ກຳລັງຮັບບໍລິການວາງແຜນຄອບຄົວ “ຜູ້ນີ້ແມ່ນລູກຄົນທີ່ສາມແລ້ວ ຂ້ອຍກໍ່ກຽມທີ່ຈະບໍ່ເອົາລູກອີກ, ການຮັບຄຳແນະນຳກ່ຽວກັບການຖືພາຕາມເມຍຂອງຂ້ອຍເວົ້າແມ່ນໂອກາດສຳລັບພວກເຮົາທີ່ຈະໄດ້ພົບ ແລະ ສົນທະນາກັບຜະດຸງຄັນຫຼາຍໆຄັ້ງແລະປຶກສາຫາລືກ່ຽວກັບທາງເລືອກດ້ານສຸຂະພາບ” ລາວໄດ້ກ່າວໄວ້ ເຊິ່ງສະແດງເຖິງທັດສະນະຄະຕິໃນທາງບວກຕໍ່ສຸຂະພາບຈະເລີນພັນ ແລະ ໃຫ້ເມຍຂອງຂ້ອຍມີສຸຂະພາບດີ. ການມີສ່ວນຮ່ວມຂອງຜູ້ຊາຍແລະເດັກຊາຍແມ່ນສິ່ງທີ່ເພີ່ມຂື້ນຂອງການຕອບສະໜອງຂອງ UNFPA ຕໍ່ສຸຂະພາບທາງເພດແລະຈະເລີນພັນໃນລາວ.

ເພື່ອຮັບປະກັນໃຫ້ແມ່ຍິງສາມາດເຂົ້າເຖິງການສະໜັບສະໜູນ ແລະ ການດູແລທຸກຢ່າງກ່ຽວກັບສຸຂະພາບຈະເລີນພັນ ແລະທາງເພດ , ການຄຸມກຳເນີດ, ການດູແລກ່ອນແລະຫຼັງການເກີດລູກ, ການມີສ່ວນຮ່ວມຂອງຜູ້ຊາຍ ຈະຊ່ວຍຫຼຸດຜ່ອນສິ່ງກີດຂວາງຕ່າງໆຂອງການວາງແຜນຄອບຄົວ. ພວກເຂົາໄດ້ມີສ່ວນຮ່ວມໃນການຕັດສີນໃຈ, ໄປນຳແມ່ຍິງໄປຫາສະຖານບໍລິການ, ມີຊັບພະຍາກອນດ້ານງົບປະມານ ເພື່ອໃຫ້ແມ່ຍິງສາມາດເຄື່ອນໄຫວໄດ້ງ່າຍ ແລະ ຍອມຮັບການນຳໃຊ້ວິທີການຄຸມກຳເນີດ ພ້ອມທັງເຂົ້າຮ່ວມໃນການຮັບຄຳປຶກສາ. ຜະດຸງຄັນແມ່ນບຸກຄົນສຳລັບການປ່ຽນແປງດັ່ງກ່າວ ໃນຂະນະທີ່ພວກເຂົາເຂົ້າເຖິງການປຸກລະດົມຊຸມຊົນ  ແລະຊຸກຍູ້ໃຫ້ເຂົາເຈົ້າຊອກຫາ ແລະ ນຳໃຊ້ການບໍລິການແລະການດູແລວາງແຜນຄອບຄົວ.

ບໍ່ປະຜູ້ໃດໄວ້ທາງຫຼັງ

ອົງການ UNFPA ຈະສຶບຕໍ່ສະໜັບສະໜູນກະຊວງສາທາລະນະສຸກ ໃນການເພີ່ມຈຳນວນຜະດຸງຄັນ ຮ່ວມໄປເຖິງຜູ້ທີ່ມາຈາກຊົນເຜົ່າຕ່າງໆ. ເນື່ອງຈາກການເລືອກປະຕິບັດທາງເພດຍັງເປັນສາເຫດທີ່ເຮັດໃຫ້ຊຸມຊົນທີ່ຖືກປະຖິ້ມ ໃນການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ ແລະ ທາງເພດ ແລະ ການວາງແຜນຄອບຄົວ ເຊິ່ງເປັນສິ່ງສຳຄັນທີ່ຈະສະໜັບສະໜູນການສົນທະນາຂອງຊຸມຊົນ ແລະ ສ້າງຕົວຢ່າງທີ່ດີຂອງການມີສ່ວນຮ່ວມຂອງຜູ້ຊາຍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງເພື່ອເປັນສ່ວນໜຶ່ງຂອງການຕັດສິນໃຈກ່ຽວກັບສຸຂະພາບແລະທາງເລືອກໃນຊີວິດ.

 

ສຳລັບຂໍ້ມູນເພີ່ມເຕີ laos.office@unfpa.org