You are here

ເຮົາຮັບຮູ້ດີວ່າຂະແໜງທຸລະກິດມີບົດບາດສຳຄັນໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ຮ່ວມທັງຜ່ານການລົງທືນດ້ານຊັບພະຍາກອນມະນຸດໃນລາວ ອົງການສະຫະປະຊາຊາດ ກອງທຶນສຳລັບປະສາກອນ (UNFPA) ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມປຶກສາຫາລືກັບພາກສ່ວນທີ່ຂ້ອງ ກ່ຽວກັບມາດຕະຖານການດຳເນີນທຸລະກິດທີ່ເປັນມິດກັບນາງນ້ອຍ. ໃນກອງປະຊຸມມີຜູ້ຕາງໜ້າບັນດາກະຊວງ, ອົງການສະ​ຫະ​ປະ​ຊາ​ຊາດ, ອົງການຈັດຕັ້ງທາງສັງຄົມ ເພື່ອພັດທະນາ ແລະພາກເອກະຊົນ.

“ກອງປະຊຸມປຶກສາຫາລືໃນມື້ນີ້ເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງນາງນ້ອຍຄົບຮອບ 14 ປີ ທີ່ຈັດຂື້ນໃນວັນທີ 14 ຕຸລາ 2020. ພວກເຮົາຈະໄດ້ຮັບຟັງຄຳຄິດເຫັນແລະຄຳແນະນຳສຳລັບມາດຕະຖານການດຳເນີນທຸລະກິດທີ່ເປັນມິດກັບນາງນ້ອຍ, ການສະໜັບສະໜູນຈາກພາກສ່ວນເອກະຊົນແມ່ນມີຄວາມສຳຄັນເພື່ອໃຫ້ບັນລຸແຜນງານນາງນ້ອຍໃນປີ 2030” 

ທ່ານ ທິບພະສອນ ສຸຂະທຳມະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ

ນາງນ້ອຍໄດ້ເປີດໂຕໃນປີ 2016 ເພື່ອສ້າງຄວາມເຂົ້າໃຈ ສ້າງຄູ່ຮ່ວມງານ ແລະ ເພີ່ມການລົງທືນໃນໄວລຸ້ນຍິງ ແລະ ຊາຍ ເພື່ອໃຫ້ພວກເຂົາສາມາດບັນລຸສັກກະຍະພາບຂອງພວກເຂົາຢ່າງເຕັມທີ. ນາງນ້ອຍເປັນຕົວແທນໃຫ້ແກ່ເດັກລາວ ແລະ ຂອບແຜນງານນ້ອຍ 2030 ກໍ່ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ເພື່ອຫຼຸດຜ່ອນໃຫ້ອັດຕາການເປັນພະຍາດເລືອດຈາງໃນບັນດາເດັກຍິງ, ການຖືພາໃນໄວໜຸ່ມ, ການອອກໂຮງຮຽນ, ການແຕ່ງງານແຕ່ອາຍຸຍັງນ້ອຍ ແລະ ການໃຊ້ແຮງງານເດັກໃຫ້ເປັນສູນໃນປີ 2030.

ມາດຕະຖານການດຳເນີນທຸລະກິດທີ່ເປັນມິດກັບນາງນ້ອຍປະກອບມີຊຸດປະຕິບັດງສຳລັບພາກທຸລະກິດເພື່ອປົກປ້ອງສະຫວັດດີພາບຂອງກຳມະກອນ ສຸມໃສ່ອຸປະສັກທີ່ເດັກຍິງແລະໄວໜຸ່ມຕ້ອງປະເຊີນ ໂດຍສະເພາະການຂາດສານອາຫານ, ການສຶກສາ, ແລະການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການກ່ຽວກັບສຸຂະພາບທາງເພດແລະຈະເລີນພັນ ແລະການຮຽນຮູ້ທັກສະຊີວິດທີ່ຈຳເປັນ.
 


@Photo l Participants of Consultation on Noi Friendly Business Criteria

ທີມງານອົງການ UNFPA ນຳສະເໜີຂໍ້ມູນກ່ຽວກັບມາດຕະຖານການດຳເນີນທຸລະກິດທີ່ປັນມິດກັບນາງນ້ອຍ
ການສ້າງຄວາມເຂັ້ມແຂງແລະການລົງທຶນໃສ່ໄວໜຸ່ມ ໂດຍສະເພາະໄວໜຸ່ມ ຍິງແມ່ນມີຄວາມຈຳເປັນສຳ ລັບການຫຼຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນການພັດທະນາແບບຍືນຍົງໃນລາວ. ສປປ ລາວມີປະຊາກອນໜຸ່ມ  58% ຂອງພົນລະເມືອງທີ່ມິອາຍຸຕໍ່າກວ່າ 25 ປີ. ອີກສອງສາມທົດສະວັດຕໍ່ໜ້າ ຈະກາຍເປັນ "ກາລະໂອກາດທີ່ດີ" ສຳລັບການຮັບຮູ້ເຖິງ "ການປັນຜົນທາງປະຊາກອນ", ຕໍ່ກັບການພັດທະນາເສດຖະກິດ - ສັງຄົມທີ່ສາມາດເກີດຂື້ນໄດ້ເມື່ອມີກຳລັງແຮງງານຫຼາຍ ແລະຜຸ້ອອກແຮງງານຈະຕ້ອງ ມີສຸຂະພາບແຂງແຮງ, ມີການສຶກສາ ແລະ ມີວຽກເຮັດງານທຳ.

ຜູ້ເຂົ້າຮ່ວມໄດ້ມີການສົນທະນາ ແລກປ່ຽນ ກ່ຽວກັບມາດຖານດ້ານທຸລະກິດເພື່ອປັບຕົວເຂົ້າກັບຄວາມເປັນຈິງ, ເພື່ອເຮັດໃຫ້ສາມາດປະສົບຜົນສຳເລັດ. ເພີ່ມທະວີການປູກຈິດສຳ ນຶກກ່ຽວກັບສິດຂອງໄວໜຸ່ມ ແລະ ແມ່ຍິງ ເຊັ່ນຍຸດທະສາດແຫ່ງຊາດເພື່ອການປ້ອງກັນຄວາມຮຸນແຮງທາງເພດ, ອາຍຸການແຕ່ງງານອິງໃສ່ກົດໝາຍ ແລະອື່ນໆ.ນອກຈາກນີ້ຍັງໄດ້ເວົ້າເຖິງຄວາມຮັບຜິດຊອບຂອງຜຸ້ໃຊ້ແຮງງານໃນການຕໍ່ຕ້ານການໃຊ້ແຮງງານເດັກ ການລ່ວງລະເມີດ ແລະ ການຂູດຮີດທາງເພດ ແລະ ອື່ນໆ

"ສິ່ງທີ່ດີສຳ​ຫລັບພະນັກງານກໍ່ແມ່ນສິ່ງທີ່ດີສຳລັບທຸລະກິດ ກໍລະນີສຶກສາໃນທົ່ວໂລກສະແດງໃຫ້ເຫັນວ່າ ທຸລະກິດທີ່ລົງທືນເພື່ອສຸຂະພາບແລະສະຫວັດດີການຂອງພະນັກງານມີຜົນຕອບແທນສູງແລະມີກຳໄລສູງ." ທ່ານນາງ ມາຣຽມ ຄານ ຕາງໜ້າອົງການ UNFPA

ມາດຕະຖານການດຳເນີນທຸລະກິດທີ່ເປັນມິດກັບນາງນ້ອຍຈະຖືກນຳສະເໜີໃນງານສະເຫຼີມສະຫຼອງວັນເດັກນ້ອຍຍິງສາກົນ ເຊິ່ງພາຍໃນງານ ນາງນ້ອຍຈະໄດ້ສະຫຼອງວັນເກີດຄົບຮອບ 14 ປີ ຂອງລາວ

ສອບຖາຍລາຍລະອຽດເພີ່ມເຕີມໄດ້ທີ່:
ທ່ານ Tej Ram Jat ຜູ້ຊ່ຽວຊານດ້ານໂຄງການສຸຂະພາບເພດ ແລະ ຈະເລີນພັນຂອງໄວໜຸ່ມ ອົງການ UNFPA ແຫ່ງ ສປປ ລາວ 
ອີເມວ: tejram@unfpa.org