You are here

ວັນທີ 14 ກັນຍາ 2020 - ແມ່ຍິງແລະເດັກນ້ອຍຍິງທີ່ຢູ່ທົ່ວທຸກແຫ່ງ ຕ້ອງມີສິດ ໂອກາດເທົ່າທຽມກັນ ແລະ ສາມາດດຳລົງຊີວິດໂດຍບໍ່ມີຄວາມຮຸນແຮງ ແລະ ການຈຳແນກ. ຄວາມສະເໝີພາບ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແມ່ນໜຶ່ງໃນ 17 ເປົ້າໝາຍຂອງການພັດທະນາແບບຍືນຍົງ ແລະຍັງເປັນການເຊື່ອມໂຍງເຂົ້າໃນທຸກດ້ານຂອງການພັດທະນາແບບກວມລວມແລະແບບຍືນຍົງ. ສະຫລຸບລວມແລ້ວເປົ້າໝາຍການພັດທະນາແບບຍືນຍົງ (SDGs) ທັງໝົດແມ່ນຂື້ນຢູ່ກັບຜົນສຳເລັດຂອງເປົ້າໝາຍທີ 5.

ສ່ວນໜຶ່ງຂອງການຮັບປະກັນໃຫ້ແມ່ຍິງມີສ່ວນຮ່ວມຢ່າງເຕັມທີ່ ມີປະສິດທິພາບ ແລະມີໂອກາດເທົ່າທຽມໃນການເປັນຜູ້ນຳໃນທຸກລະດັບຂອງການຕັດສິນໃຈໃນດ້ານການເມືອງເສດຖະກິດ ແລະ ຊີວິດໃນສາທາລະນະ ຖືເປັນການລົງທືນໃນການສ້າງຂີດຄວາມສາມາດເພື່ອໃຫ້ແມ່ຍິງມີຄວາມສາມາດທີ່ຈຳເປັນໃນການປະຕິບັດພາລະບົດບາດຂອງພວກເຂົາ.

ພາຍໃຕ້ຂົງເຂດນີ້ກະຊວງແຜນການ ແລະ ການລົງທືນ (MPI) ໂດຍໄດ້ຮັບການສະໜັບສະໜູນຈາກອົງການ UNFPA ໄດ້ດຳ ເນີນການຝຶກອົບຮົມການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ການສື່ສານທີ່ມີປະສິດຕິຜົນໃຫ້ແກ່ພະນັກງານອາວຸໂສ 33 ຄົນ ເຊິ່ງ ໄດ້ຈັດຂື້ນໃນວັນທີ 10-11 ກັນຍາທີ່ຫ້ອງການກະຊວງແຜນການ ແລະ ການລົງທືນ

ກອງປະຊຸມຄັ້ງນີ້ແນໃສ່: 1ການຮັບຮູ້ເຖິງຄວາມສຳຄັນຂອງການມີສ່ວນຮ່ວມຄວາມເປັນຜູ້ນຳ ແລະ ການຕັດສິນໃຈຂອງແມ່ຍິງ, 2) ໃຫ້ຜູ້ນຳຍິງມີທັກສະການສື່ສານທີ່ມີປະສິດຕິພາບ 3) ແບ່ງປັນເລື່ອງລາວຜົນສຳເລັດຂອງຜູ້ນຳຍິງ ແລະ ວິທີທີ່ພວກເຂົາສາມາດມີອິດທິພົນ ແລະ ສ້າງຜົນກະທົບໃນທາງບວກຕໍ່ຊີວິດຂອງແມ່ຍິງຄົນອື່ນ.

ເມື່ອແມ່ຍິງໄດ້ເປັນຕົວແທນທີ່ມີຄວາມໝາຍ ແລະ ມີສ່ວນຮ່ວມໃນການເປັນຜູ້ນຳເຊັ່ນ ການເປັນໜຶ່ງອົງການນຳ (ເຊັ່ນໃນສານຄະນະບໍລິຫານຫລືສະພາຊຸມຊົນ) ກົດໝາຍການຕັດສິນການຕັດສິນໃຈມີແນວໂນ້ມທີ່ຈະຄອບຄຸມຫຼາຍຂຶ້ນເປັນຕົວແທນແລະຄຳນຶງເຖິງການພິຈາລະນາຄວາມເຫັນທີ່ຫຼາກຫຼາຍ.

ເພື່ອບັນລຸຈຸດປະສົງຂອງການເສີມສ້າງຄວາມຮູ້ ບໍ່ໄດ້ມີແຕ່ຄວາມສາມາດແລະຄວາມໝັ້ນໃຈຂອງຜູ້ເຂົ້າຮ່ວມເທົ່ານັ້ນການຝຶກອົບຮົມຈະນຳໃຊ້ວິທີການທີ່ເຮັດໃຫ້ມີສ່ວນຮ່ວມຫຼາຍຢ່າງເຊັ່ນ: ການສົນທະນາແບບໂຕ້ຕອບການເຮັດວຽກເປັນກຸ່ມ ແລະ ການລົງປະຕິບັດຕົວຈິງ. ຜູ້ເຂົ້າຮ່ວມໂຄງການການເປັນຜູ້ນຳຫຼາຍໆແຜນງານທີ່ຜ່ານມາ ພາຍໃຕ້ການສະໜັບສະໜູນຂອງລັດຖະບານອົດສະຕາລີ ຈະໄດ້ຮັບການເຊື້ອເຊີນໃຫ້ມາແບ່ງປັນປະສົບການໃຫ້ແກ່ຜູ້ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ແມ່ນມີປະໂຫຍດຫຼາຍສຳລັບຂ້ອຍ ເຊັ່ນດຽວກັນກັບເພື່ອນຮ່ວມງານໃນກະຊວງທີ່ເຂົ້າຮ່ວມ. ຂ້ອຍຕ້ອງການການຝຶກອົບຮົມທີ່ຄ້າຍຄືແບບນີ້ໃຫ້ແກ່ພະນັກງານຊາຍຂອງກະຊວງເຂົ້າຮ່ວມ ເພື່ອໃຫ້ມີໂອກາດເຂົ້າໃຈຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ເພື່ອໃຫ້ມີການສະໜັບສະໜູນສິດທິເຫຼົ່ານີ້ໃຫ້ດີຂຶ້ນ.” ທ່ານ ຟອງສະມຸດ ຄຳວານວົງສາ ຮັກສາການຫົວໜ້າຫ້ອງການ, ກະຊວງແຜນການ ແລະ ການລົງທຶນ

ຂ້ອຍໂຊກດີຫລາຍທີ່ມີໂອກາດໃນການສ້າງທັກສະ ພວກເຮົາໄດ້ຮຽນຮູ້ປະສົບການທີ່ປະສົບຜົນສຳເລັດຢ່າງແທ້ຈິງ ກ່ຽວກັບການສ້າງຄວາມເຂັ້ມແຂງຂອງແມ່ຍິງຈາກວິທະຍາກອນທີ່ມີຄຸນຄ່າ. ໃນອະນາຄົດຂ້າພະເຈົ້າຂໍຮຽກຮ້ອງໃຫ້ UNFPA ສືບຕໍ່ສະໜັບສະໜູນການຝຶກອົບຮົມເພີ່ມເຕີມ ໃນຂົງເຂດອື່ນໆທີ່ກ່ຽວຂ້ອງກັບການສ້າງຄວາມເຂັ້ມແຂງແລະຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນການເຮັດວຽກຂອງພວກເຮົາ ດ້ວຍຄວາມຮູ້ທີ່ເໝາະສົມທີ່ສຸດແລະຕົງກັບຄວາມຕ້ອງການຂອງປະຊາກອນທ່ານນາງ ທຳມາ ເພັດວິໄຊ ຫົວໜ້າກົມຈັດຕັ້ງ ກະຊວງແຜນການ ແລະ ການລົງທຶນ ແລະ ປະທານສະຫະພັນແມ່ຍິງລາວ

ການຝຶກອົບຮົມຄັ້ງນີ້ສຸມໃສ່ແມ່ຍິງແລະຄວາມຢືດຢຸ່ນຄວາມໝາຍຂອງຄວາມເປັນຜູ້ນຳຈຸດປະສົງແລະຄຸນຄ່າແຮງບັນດານໃຈໃຫ້ແມ່ຍິງໃນການເປັນຜູ້ນຳການສື່ສານການສ້າງເຄືອຂ່າຍ ແລະ ຄວາມສາມາດທີ່ມີອິດທິພົນແມ່ນ້ຳຂອງຊີວິດ ແລະ ພື້ນຖານການພັດທະນາຊັບພະຍາກອນມະນຸດຢ່າງເທົ່າທຽມກັນ.

ທ່ານ ນາງ ຄຳຈັນ ວົງແສງບຸນຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນເປັນປະທານຮ່ວມເປີດຝຶກອົບຮົມກັບທ່ານນາງ ມາຣຽມ ເອ ຄານຜູ້ຕາງໜ້າອົງການ UNFPA ເພື່ອນຳສະເໜີວຽກງານ SDG 5 ແລະຄວາມສະເໝີພາບລະຫວ່າງຍິງ - ຊາຍໃນ ສປປ ລາວ.

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ:

ທ່ານພອນໄຊ ສິທິຣາດວົງສາ, ເຈົ້າໜ້າທີ່ຕິດຕາມ ແລະ ປະເມີນຜົນ ອົງການສະຫະປະຊາຊາດ ກອງທຶນປະຊາກອນ ແຫ່ງ ສປປ ລາວ (UNFPA Lao PDR)  ອີເມວsithirajvongsa@unfpa.org