You are here

25 ພຶດສະພາ 2018, ນະຄອນຫຼວງວຽງຈັນ – ບັນດາອາຈານ, ຜູ້ພັດທະນາຫຼັກສູດ, ຜູ້ຊ່ຽວຊານດ້ານການສຶກສາ ແລະ ຜູ້ຊ່ຽວຊານດ້ານໄວໜຸ່ມ, ລວມທັງອົງການຊ່ວຍເຫຼືອສົງຄົມ ໄດ້ຮ່ວມກັນປຶກສາຫາລືກ່ຽວກັບ ເພດສຶກສາແບບຮອບດ້ານ (CSE) ສຳລັບຊັ້ນມັດທະຍົມສຶກສາ, ກອງປະຊຸມຈັດໂດຍ ກະຊວງສຶກສາທິການ ແລະ ກິລາ (MoES) ແລະ ໄດ້ຮັບການສະໜັບສະໜຸນຈາກ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA). ກອງປະຊຸມປຶກສາຫາລືໄດ້ຈັດຂຶ້ນໃນ ວັນທີ 23-25 ພຶດສະພາ, 2018 ທີ່ ໂຮງແຮມ ເສດຖາ ປາລາດ.

ເພດສຶກສາແບບຮອບດ້ານ (CSE) ມີຄວາມສຳຄັນໃນການເຂົ້າເຖິງໄວໜຸ່ມຍິງ ແລະ ຊາຍ, ເພື່ອໃຫ້ພວກເຂົາມີຄວາມຮູ້ ແລະ ທັກສະ ທີ່ສາມາດນຳໃຊ້ເຂົ້າໄດ້ໃນອານາຄົດ. ຫາກເມື່ອເຍົາວະຊົນ ແລະ ໄວໜຸ່ມໄດ້ຮັບຂໍ້ມູນ ແລະ ການບໍລິການທີ່ມີຄຸນະພາບ, ລວມທັງໄດ້ຮັບໂອກາດ, ມັນກໍຈະເຮັດໃຫ້ພວກເຂົາສາມາດກຽມພ້ອມຮັບມືກັບສິ່ງທ້າທາຍຕ່າງໆເມື່ອພວກເຂົາເຕີບໃຫຍ່ຂຶ້ນ. CSE ມີບົດບາດສຳຄັນໃນການສ້າງທາງເລືອກທີ່ດີໃນອານາຄົດດ້ານສຸຂະພາບໃຫ້ແກ່ໄວໜຸ່ມ; ທັງຫຼີກລ່ຽງການຖືພາໃນແຕ່ອາຍຸຍັງນ້ອຍ ແລະ ພະຍາດຕິດຕໍ່ທາງເພດສຳພັນໃນໄວໜຸ່ມ, ລວມທັງສົ່ງເສີມໃຫ້ພວກເຂົາມີສາຍສຳພັນຕໍ່ໝູ່ເພື່ອນ ແລະ ຄອບຄົວຂອງພວກເຂົາ.

UNFPA ໄດ້ເຮັດວຽກຮ່ວມກັນກັບ ກະຊວງສຶກສາ ແຕ່ປີ 2012, ໃນການນຳເອົາຫຼັກສູດ CSE ເຂົ້າໃນຫຼັກສູດການສຶກສາ. ຈາກການປະເມີນຜົນປຶ້ມຄູ່ມືຄູເພດສຶກສາແບບຮອບດ້ານໃນປີທີ່ຜ່ານມາ, ພວກເຮົາໄດ້ສັງເກດເຫັນວ່າການນຳໃຊ້ປຶ້ມຄູ່ມືຄູເພດສຶກສາແບບຮອບດ້ານເຂົ້າໃນຊັ້ນມັດທະຍົມສຶກສາ, ຄູອາຈານ, ວິຊາການ ແລະ ນັກຮຽນເອງມີຄວາມຮູ້ ແລະ ເຂົ້າໃຈຄວາມສຳຄັນຂອງ ເພດສຶກສາແບບຮອບດ້ານ  ຫຼາຍຂຶ້ນ.

 

 

ເຍົາວະຊົນ ແລະ ໄວໜຸ່ມ ແມ່ນກະດູກສັນຫຼັງຂອງຊາດ, ພວກເຂົາເຫຼົ່ານີ້ຈະປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດໃນພາຍໜ້າ. ດັ່ງນັ້ນພວກເຮົາບໍ່ຄວນເບິ່ງຂ້າມຄວາມສຳຄັນຂອງ ເພດສຶກສາແບບຮອບດ້ານ, ພວກເຮົາຕ້ອງຮັບປະກັນໃຫ້ໄວໜຸ່ມສາມາດນຳຄວາມຮູ້ທີ່ພວກເຂົາໄດ້ຮຽນມາໝູນໃຊ້ເຂົ້າໃນຊີວິດປະຈຳວັນ. ກ່າວໂດຍ ທ່ານ ສຸກສະຫວັນ ພອນເທວາ, ຮອງຫົວໜ້າ ກົມສຶກສາຄົ້ນຄວ້າວິທະຍາສາດ.

ຄູ່ມືສາກົນທາງດ້ານວິຊາກ່ຽວກັບເພດສຶກສາ ໄດ້ເປີດໂຕໃນປີທີ່ຜ່ານມາໂດຍອີງຕາມການແລກປ່ຽນ ແລະ ຄຳແນະນຳຈາກຫຼາຍໆປະເທດ. ດັ່ງນັ້ນ, ຈຶ່ງເປັນເວລາອັນເໝາະສົມໃນການປັບປຸງປຶ້ມຄູ່ມື ເພດສຶກສາແບບຮອບດ້ານ ສຳລັບຊັ້ນມັດທະຍົມສຶກສາ.

ສປປ ລາວ ມີໄວໜຸ່ມຍິງ ແລະ ຊາຍທັງໝົດ 1.4 ລ້ານຄົນ (ອາຍຸແຕ່ 10-19 ປີ), ເຊິ່ງກວມ 21.9% ຂອງປະຊາກອນທັງໝົດ. ອີງຕາມ ດັດສະນີຄາດໝາຍການພັດທະນາເສດຖະກິດ-ສັງຄົມ ລາວ 2017-2018 (LSIS II); 41.8% ຂອງໄວໜຸ່ມຍິງອາຍຸ 15-17 ປີ ແມ່ນໄດ້ອອກໂຮງຮຽນ, 23.5% ຂອງໄວໜຸ່ມຍິງອາຍຸ 15-17 ປີ ໄດ້ແຕ່ງງານ ຫຼື ຢູ່ຮ່ວມກັນ ແລະ ມີອັດຕາການເກີດ 83 ການເກີດ ຕໍ່ໄວໜຸ່ມຍິງ 1000 ຄົນ ອາຍຸ 15-19 ປີ.

 

 

ຂໍ້ມູນຈາກຫຼາຍໆແຫ່ງ ໄດ້ສະແດງໃຫ້ເຫັນວ່າ ເດັກຍິງມີໂອກາດພົບກັບສິ່ງທ້າທ່າຍຫຼາຍກວ່າເດັກຊາຍ, ພວກເຮົາຂໍສະແດງຄວາມຮູ້ບຸນຄຸນມາຍັງອົງການ UNFPA ທີ່ໄດ້ສົ່ງເສີມ ນາງນ້ອຍ ຜູ້ເປັນຕົວແທນໄວໜຸ່ມຍິງຢູ່ ສປປ ລາວ. ເພາະຖ້າຫາກວ່າ ໄວໜຸ່ມ ໂດຍສະເພາະເພດຍິງ ໄດ້ຮັບຂໍ້ມູນ ແລະ ການບໍລິການ ແລະ ໂອກາດທີ່ດີ, ມັນກໍຈະເຮັດໃຫ້ພວກເຂົາມີຄວາມພ້ອມຮັບມືກັບປັນຫາຕ່າງໆ ແລະ ພວກເຂົາຍັງສາມາດພັດທະນາໂຕເອງ, ຜູ້ທີ່ໄດ້ຮັບຜົນປະໂຫຍດເຕັມທີ່ຈາກການພັດທະນານີ້ ກໍຄືປະເທດຊາດ. ໄດ້ກ່າວໂດຍ ທ່ານ ນາງ ແກ້ວມະນີວັນ ພິມມະຫາໄຊ, ຮອງຫົວໜ້າກົມການສາມັນສຶກສາ.

ທຸກໆການຖືພາແຕ່ອາຍຸຍັງນ້ອຍ ເປັນສາເຫດເຮັດໃຫ້ການເຈັບເປັນ, ພິການ ແລະ ການເສຍຊີວິດເພີ່ມຂຶ້ນ. ມັນສາມາດຫຼີກລ່ຽງໄດ້ຫາກພວກເຂົາໄດ້ຮັບຂໍ້ມູນ ແລະ ການບໍລິການທີ່ດີ. ປຶ້ມຄູ່ມືສະບັບປັບປຸງສາມາດຮັບປະກັນໃຫ້ໄວໜຸ່ມໄດ້ຮຽນຮູ້ ແລະ ພັດທະນາທັກສະທີ່ເໝາະສົມກັບເຂົາເຈົ້າ. ລວມທັງຍັງສອດຄ່ອງ ແລະ ເໝາະສົມກັບວັດທະນະທຳລາວ, ມີເນື້ອໃນທີ່ເໝະສົມແກ່ຊັ້ນຮຽນ, ອາຍຸ ແລະ ຈະຖືກນຳເຂົ້າໃນວິຊາ ຊີວະສາດ, ສຶກສາພົນລະເມືອງ ແລະ ວິຊາອື່ນໆທີ່ສາມາດສອດແຊກເຂົ້າໄດ້ ເຊັ່ນວ່າ ການນຳໃຊ້ເຄື່ອງມື ICT ໃຫ້ປອດໄພ. ນອກນັ້ນຍັງຊ່ວຍໃຫ້ບັນດາຄູອາຈານສ້າງການມີສ່ວນຮ່ວມໃນການຮຽນການສອນ, ເຮັດກິດຈະກຳນຳກັນກັບນັກຮຽນ.

 

 

“ເພດສຶກສາແບບຮອບດ້ານ (CSE) ມີບົດບາດສຳຄັນໃນການເຮັດໃຫ້ເຍົາວະຊົນ ແລະ ໄວໜຸ່ມ, ໂດຍສະເພາະໄວໜຸ່ມຍິງຄື ນາງນ້ອຍ ເພື່ອພັດທະນາຄວາມຮູ້, ທັກສະ ແລະ ທັດສະນະຄະຕິທີ່ເໝາະສົມ, ລວມທັງການຄິດໃນແງ່ທີ່ດີ, ໃຫ້ການເຄົາລົບໃນສິດສະເໝີພາບ ເຊິ່ງທັງໝົດນີ້ລ້ວນແຕ່ປະກອບສ່ວນໃຫ້ການມີສະພາບແວດລ້ອມທີ່ດິ ແລະ ປອດໄພ.” ກ່າວໂດຍ ທ່ານນາງ ເຟຼເດີຣິກາ ເມເຢີ, ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ.

ກອງປະຊຸມປຶກສາຫາລືຈະນຳເອົາບົດສະຫຼຸບປຶ້ມຄູ່ມືເພດສຶກສາສະບັບປັບປຸງ ໂດຍບັນດາ ວິຊາການ ແລະຊ່ຽວຊານຈາກ ກະຊວງສຶກສາ, UNFPA ແລະ ພາກສ່ວນອື່ນໆ. ຄູ່ມືເພດສຶກສາສະບັບປັບປຸງນີ້ຈະປະກອບສ່ວນໃຫ້ໄວໜຸ່ມ ແລະ ເຍົາວະຊົນ ສາມາດເຂົ້າເຖິງຂໍ້ມູນສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ດີ ແລະ ຍັງຊ່ວຍຫຼຸດຜ່ອນການຖືພາແບບບໍ່ຕັ້ງໃຈ, ການອອກໂຮງຮຽນໃນໄວໜຸ່ມ, ໂດຍສະເພາະ ໄວໜຸ່ມຍິງອີກດ້ວຍ. 

 

 

UNFPA ແມ່ນອົງການໜຶ່ງຂອງ ສະຫະປະຊາຊາດເພື່ອສິດທິດ້ານສຸຂະພາບຈະເລີນພັນ. ພາລະກິດຂອງພວກເຮົາແມ່ນ ຮັບປະກັນວ່າ ທຸກໆການຖືພາແມ່ນດ້ວຍຄວາມຕັ້ງໃຈ, ທຸກໆການເກີດລູກມີຄວາມປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸເປົ້າໝາຍຕາມຄວາມສາມາດຂອງຕົນ.

Website: http://lao.unfpa.org

Facebook: https://www.facebook.com/UnfpaLaos

 

 

 

ສອບຖາມ ແລະ ຂໍ້ມູນເພີ່ມເຕີມທີ່:

ນ. ໄກອຳພອນ ສິງຫາລາດ

ອີເມວ: Singhalath@unfpa.org

ໂທ: 021 267 680, ມືຖື: 020 7777 6597