You are here

ກອງ​ປະຊຸມປະຈໍາປີວ່າດ້ວຍການ​ຄົ້ນ​ຄ້ວາກ່ຽວ​ກັບໄວ​ໜຸ່ມ  ຄັ້ງທີ່ 4 ໄດ້ຈັດຂຶ້ນທີ່ໂຮງແຮມ ດອນຈັນ ພາເລດ, ນະຄອນ ຫລວງວຽງຈັນ ໃນວັນອັງຄານ, ວັນທີ່ 15 ຕຸລາ 2019 ທີ່ຜ່ານມາ. ນຳພາໂດຍສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ພາຍໃຕ້ການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນປະຊາກອນ (UNFPA), ແລະ ອົງການ MCNV ປະຈຳ ສປປ ລາວ.

ມີຜູ້ເຂົ້າຮ່ວມປະມານ 190 ທ່ານຈາກບັນດາກະຊວງ, ບັນດາສະຖາບັນຄົ້ນຄວ້າ, ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ, ຫວຽດນາມ, ຍີ່ປຸ່ນ, ບຣູນາຍ, ອິນເດຍ, ການາດາ, ເນເທີແລນ, ອັງກິດ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ປະທານສຳລັບກອງປະຊຸມຄັ້ງນີ້ ແມ່ນ ພະນະທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພະນະທ່ານ ນ ບັນດິດ ປະທຸມວັນ ຮອງປະທານ ສະຫະພັນແມ່ຍີງລາວ ແລະ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ແລະ ທ່ານນາງ Mariam A. Khan, ຜູ້ຕາງໜ້າອົງການ UNFPA ປະຈຳລາວ.

ກອງປະຊຸມວິທະຍາສາດຄັ້້ງນີ້ເປັນເວທີສຳລັບບັນດານັກຄົ້ນຄ້ວາ, ຜູ້ກຳນົດນະໂຍບາຍແລະ ບັນດາຄູ່ຮ່ວມພັດທະນາ ຈາກພາກພື້ນເພື່ອແລກປ່ຽນບົດຮຽນ, ປະສົບການ ແລະ ຂໍ້ມູນຫຼັກຖານການຄົ້້ນຄວ້າ ພ້ອມກັບການສົ່ງເສີມການຮ່ວມມືໃນຕໍ່ໜ້າ ທີ່ຈະເປັນປະໂຫຍດລວມແກ່ໄວໜຸ່ມ. ກອງປະຊຸມໄດ້ເນັ້ນໃສ່ຫົວຂໍ້  ຄວາມສະເໝີພາບດ້ານບົດບາດຍິງຊາຍໃນ​ໄວ​ໜຸ່ມ: ບັນຫາ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າເພື່ອໃຫ້ບັນລຸເປົ້າໝາຍ ໃນການເສີມສ້າງສັກກະຍະພາບ ໃຫ້ໄວໜຸ່ມ ໃນປີ 2030, ໂດຍສະເພາະ ແມ່ນໄວໜຸ່ມເພດຍີງ ຄື ນາງນ້ອຍ (ໂຕແທນໄວໜຸ່ມຍິງ).

ພະນະທ່ານ  ຮສ. ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ຜົນຂອງການຄົ້ນຄວ້າວິທະຍາສາດ ຍາມໃດກໍ່ເປັນຂໍ້ມູນຫຼັກຖານອັນສຳຄັນ ສຳລັບການພັດທະນານະໂຍບາຍ ຫຼື ການປັບປຸງນະໂຍບາຍ ໃຫ້ສອດຄ່ອງກັບສະພາບຂອງສາທາລະນະສຸກໃນປະຈຸບັນ ຊື່ງຈະເປັນປະໂຫຍດ ຕໍ່ປະຊາຊົນລາວ ກໍ່ຄືໃນພາກພື້ນ.  ຄືດັ່ງທີ່ຮູ້ແລ້ວວ່າ “ລັດຖະບານ ສປປ ລາວ ໄດ້ຮັບຮອງເປົ້າໝາຍພັດທະນາທີ່ຍືນຍົງ (SDG) ເຂົ້າໃນວ່າລະ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ່ 8”. ໃນບັນດາ 18 ເປົ້າໝາຍ ທີ່ປະກົດຢູ່ໃນ SDG, ເປົ້າໝາຍທີ່ 3 ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີທີ່ພົວພັນກັບສຸຂະພາບ.

ຄວາມສະເໝີພາບທາງເພດມີບົດບາດສຳຄັນໃນ ການສຶກສາ, ສາທາລະນະສຸກ, ການຫຼຸດຜ່ອນຄວາມທຸກຍາກ, ຍົກສູງຄວາມສາມາດດ້ານຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ - ສັງຄົມຂອງຊາດ. ຫຼາຍພາກສ່ວນຈາກທຸກຂະ ແໜງ ການແມ່ນເຮັດວຽກຮ່ວມກັນແລະເອົາໃຈໃສ່ຫຼາຍກວ່າເກົ່າ ເພື່ອໃຫ້ເດັກຊາຍແລະຍິງ ຄຸນຄ່າ ແລະ ໄດ້ຮັບໂອກາດເທົ່າທຽມກັນໃນທຸກຂະ ແໜງການໃນສັງຄົມ, ລວມທັງການມີສ່ວນຮ່ວມທາງດ້ານເສດຖະກິດ ແລະ ການຕັດສິນໃຈໃນການໃຊ້ຊີວິດຂອງພວກເຂົາ.

ນອກຈາກນັ້ນ, ກະຊວງສາທາລະນະສຸກ ແລະ ອົງການ UNFPA ໄດ້ເຜີຍແຜ່ຂະບວນການປຸກລະດົມ ຢ່າງເປັນທາງການໃນວັນເດັກຍິງສາກົນ 11 ຕຸລາ 2019 ທີ່ຜ່ານມາ ພາຍໃຕ້ຫົວຂໍ້ ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ອານາຄົດຂອງຂ້ອຍ  ເພື່ອສົ່ງເສີມ ແລະ ຊຸກຍູ້ການມີສ່ວນຮ່ວມຂອງໄວໜຸ່ມ ໃນການບັນລຸເປົ້າໝາຍກາຍພັດທະນາແບບຍຶນຍົງ, ກໍ່ຄືດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງພວກເຂົາ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມສະເໝີພາບທາງເພດ. ກ່ອນໜ້ານັ້ນໄດ້ມີໄວໜຸ່ມຈຳນວນຫຼາຍຮ່ວມກິດຈະກຳຜ່ານທາງອອນລາຍ #myplanet2030 ເພື່ອແບ່ງປັນກັບໝູ່ຄູ່ຂອງພວກເຂົາ ແລະ ສົ່ງເສີມການມີສ່ວນຮ່ວມເພື່ອປົກປ້ອງໂລກໃບນີ້. ກິດຈະ ກຳຕໍ່ໜ້າແມ່ນຈະສຸມໃສ່ຄວາມສະ ເໝີພາບລະຫວ່າງຍິງ - ຊາຍ, ສຸຂະພາບ, ການສຶກສາ, ການຈ້າງງານ ແລະ ການມີສ່ວນຮ່ວມ.

ທ່ານນາງ Mariam A. Khan ຜູ້ຕາງໜ້າອົງການ UNFPA ໄດ້ກ່າວໃນການເປີດກອງປະຊຸມວ່າ: ການສ້າງຫຼັກຖານການຄົ້ນຄວ້າທີ່ມີຄຸນນະພາບຜ່ານຂໍ້ມູນທີ່ແບ່ງແຍກໂດຍເພດ ແລະ ປັດໄຈອື່ນໆເຊັ່ນ: ຊົນນະບົດ, ໃນຕົວເມືອງ, ການສຶກສາ ແລະ ລາຍໄດ້ ຈະຊ່ວຍໃຫ້ພວກເຮົາເຂົ້າໃຈຄວາມແຕກຕ່າງລະຫວ່າງໄວໜຸ່ມ ແລະ ນີ້ຖືເປັນກະແຈສຳຄັນຂອງການສະໜອງຈໍ້ມູນ, ການຕິດຕາມ ແລະ ບັນລຸເປົ້າໝາຍ SDGs ໂດຍສະເພາະແມ່ນເປົ້າໝາຍທີ່ສຸມໃສ່ໄວໜຸ່ມ. ເວົ້າລວມແລ້ວ ກອບວຽກ ນາງນ້ອຍ 2030 ແລະ ລະບົບນິເວດຂອງນາງນ້ອຍ ແມ່ນປະກອບດ້ວຍຫຼັກຖານການຄົ້ນຄວ້າເຊິ່ງເປັນສ່ວນປະກອບສຳຄັນ.

ລັດຖະບານ ສປປ ລາວ ໄດ້ສົ່ງເສີມຄວາມສະເໝີພາບຂອງບົດບາດຍິງ-ຊາຍ ໂດຍການນຳໃຊ້ນະໂຍບາຍ, ຍຸດທະສາດ, ກົດໝາຍ, ແຜນຈັດຕັ້ງປະຕິບັດ, ໂຄງການ, ການສຶກສາ ແລະ ເຝິກອົບຮົມ, ການປູກຈິດສຳນຶກ, ການສ້າງຊັບພະຍາກອນມະນຸດ, ການໃຫ້ຂໍ້ມູນຂ່າວສານ, ງົບປະມານ, ອຸປະກອນຕ່າງໆ ແລະການສ້າງເງື່ອນໄຂອັນດີ ສຳລັບເພດຍິງ ແລະ ເພດຊາຍ ໃນການພັດທະນາຕົນເອງຮອບດ້ານ ເພື່ອສ້າງຄວາມເຂັ້ມແຂງໃນກິດຈະກຳດັ່ງກ່າວ.

ພະນະທ່ານ ນ ບັນດິດ ປະທຸມວັນ, ຮອງປະທານ ສະຫະພັນແມ່ຍີງລາວ ທັງເປັນຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ກ່າວເພີ່ມເຕີມ: “ກົດໝາຍວ່າດ້ວຍຄວາມສະເໝີພາບຍິງຊາຍ ປະຈຸບັນແມ່ນກໍາລັງໄດ້ຮັບການພັດທະນາ. ການຄົ້ນຄວ້າວິທະຍາສາດ ແມ່ນມີບົດບາດສຳຄັນ ໃນການແຈ້ງນະໂຍບາຍ ແລະຍຸດທະສາດຂອງລັດຖະບານ, ແລະ ຂໍ້ມູນຫຼັກຖານຂອງການຄົ້ນຄວ້າ ຈາກບັນດາປະເທດຕ່າງໆ ທີ່ໄດ້ສະເໜີໃນກອງປະຊຸມຄັ້ງນີ້ ຈະເປັນຂໍ້ມູນສຳຄັນ ແລະ ຈະຊ່ວຍເພີ່ມຄວາມເຂົ້້າໃຈ ໃນແງ່ມູມ ຄວາມສະເໝີພາບຂອງບົດບາດຍິງຊາຍ ໃນໄວໜຸ່ມຍິ່ງຂຶ້ນ”.

ນັກຄົ້ນຄວ້າ ແລະ ຜູ້ນຳສະເໜີໄດ້ມາຈາກ ສປປ ລາວ, ບຼູນາຍ, ອິນເດຍ ໄດ້ນຳສະເໜີ ຂໍ້ມູນຫຼັກຖານການຄົ້ນຄວ້າ ແລະ ແບ່ງປັນປະສົບການ ເຊີ່ງລວມເຖິງ ການຄົ້ນຄວ້າ ດ້ານ ຄວາມສະເໝີພາບຂອງບົດບາດຍິງຊາຍ ໃນໄວໜຸ່ມ ແລະ ປະສົບການ ຂອງໂຄງການທີ່ປະສົບຜົນສຳເລັດ,​ ສະພາບຄວາມສະເໝີພາບຂອງບົດບາດຍິງຊາຍ ໃນໄວໜຸ່ມ ໂດຍເນັ້ນໃສ່ ດ້ານສຸຂະພາບ, ການແຕ່ງງານໃນໄວເດັກ, ການໃຊ້ຄວາມຮຸນແຮງກັບເພດຍິງ, ດ້ານການສຶກສາ, ດ້ານໂພຊະນາການ ແລະ ການໃຊ້ແຮງງານ ໃນໄວໜຸ່ມ ຢູ່ ສປປ ລາວ ແລະ ພາກພື້ນ.

 

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ນາງ. ໄກອຳພອນ ສິງຫາລາດ                            ດຣ ຄຳແພງ ຟອງລືຊາ             

ໂທ. 020 – 77776597                                  ໂທ. 020 – 55949082                            

Email: singhalath@unfpa.org                     Email: khampheng_p@hotmail.com