You are here

ນະຄອນຫຼວງວຽງຈັນ, ສປປ ລາວ50 ປີທີ່ຜ່ານມາ, ກອງປະຊຸມດ້ານສິດທິມະນຸດສາກົນ, 13 ພຶດສະພາ ປີ 1968 ໄດ້ປະກາດໃຫ້ທົ່ວໂລກໄດ້ຮັບຮູ້ວ່າ ການວາງແຜນຄອບຄົວ ເປັນໜຶ່ງໃນສິດພື້ນຖານຂອງສິດທິມະນຸດ. ມື້ນີ້, 11 ກໍລະກົດ 2018, ຫຼາຍປະເທດທົ່ວໂລກໄດ້ຮ່ວມກັນສະເຫຼີມສະຫຼອງ ວັນປະຊາກອນໂລກ ເພື່ອລະນຶກເຖິງເຫດການປະຫວັດສາດທີ່ສຳຄັນແກ່ ຜູ້ເປັນພໍ່ແມ່, ຄູ່ຮັກ ແລະ ໄວໜຸ່ມ ທີ່ສາມາດໃຊ້ສິດໃນການວາງແຜນຄອບຄົວຂອງພວກເຂົາ ແລະ ວາງແຜນອະນາຄົດຂອງພວກເຂົາ.

ປອ ກິແກ້ວ ຈັນທະບູຣີ, ຮອງ ລັດຖະມົນຕີ  ກະຊວງແຜນການ ແລະ ການລົງທຶນ, ປະທານຂອງງານ ໄດ້ກ່າວວ່າ: ໂດຍຮ່ວມກັນກັບ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ປີນີ້ພວກເຮົາຈັດການສະເຫຼີມສະຫຼອງວັນປະຊາກອນໂລກ ພາຍໃຕ້ຫົວຂໍ້ ການວາງແຜນຄອບຄົວສຳລັບທຸກຄົນ, ເນື່ອງຈາກວ່າພວກເຮົາຢາກເພີ່ມຄວາມເຂົ້າໃຈວ່າ ການວາງແຜນຄອບຄົວ ບໍ່ແມ່ນພຽງແຕ່ສຳລັບພໍ່ແມ່ ຫຼື ຄູ່ແຕ່ງງານເທົ່ານັ້ນ, ແຕ່ມັນເໝາະສຳລັບທຸກຄົນ ໂດຍບໍ່ຈຳແນກເພດ, ໄວ, ສະຖານະພື້ນຖານໂສດ ຫຼື ແຕ່ງງານ ແລະ ສະພາບເສດຖະກິດ-ສັງຄົມ ທີ່ແຕກຕ່າງກັນ.

 

ອີງຕາມ ການສຳຫຼວດດັດສະນີໝາຍສັງຄົມຂອງລາວ (LSIS II) ທີ່ໄດ້ເຜີຍແຜ່ບົດລາຍງານໃນເດືອນມິຖຸນາທີ່ຜ່ານມາສະແດງໃຫ້ເຫັນວ່າ ການນໍາໃຊ້ຢາຄຸມກໍາເນີດແບບທັນສະໄຫມສໍາລັບແມ່ຍິງທີ່ແຕ່ງງານໃນອາຍຸ 15-49 ປີເພີ່ມຂຶ້ນຊັກຊ້າແຕ່ 2011-2017 ເພີ່ມຂື້ນແຕ່ 42% ເປັນ 49% ເທົ່ານັ້ນ, ສຳລັບກຸ່ມຄົນທີ່ຢູ່ໃນຊ່ວງອາຍຸ 15-19 ປີ ແລະ ແມ່ຍິງທິ່ຍັງບໍ່ທັນໄດ້ແຕ່ງງານສ່ວນໃຫຍ່ (75%) ນັ້ນ ແມ່ນຍັງບໍ່ທັນສາມາດເຂົ້າເຖິງການບໍລິການວາງແຜນຄອບຄົວໄດ້ເທື່ອ. ນອກຈາກນັ້ນ, ອັດຕາການເກີດລູກຂອງຍິງໜຸ່ມອາຍຸ 15-19 ປີຢູ່ເຂດຊົນນະບົດ ຍັງສູງເຖິງ 136 ຄົນຕໍ່ການເກີດ 1.000 ຄົນ ທຽບກັບອັດຕາສະເລ່ຍໃນທົ່ວປະເທດ 83 ຄົນ ຕໍ່ການເກີດ 1.000 ຄົນ.

 

 

 

 

ທ່ານກ່າວຕື່ມອີກວ່າ "ຄູ່ສົມລົດທຸກຄູ່ ແລະ ຄົນທຸກຄົນ ມີສິດໃນການກໍານົດຈຳນວນ ແລະ ໄລຍະຫ່າງຂອງການເອົາລູກ ຢ່າງມີຄວາມຮັບຜິດຊອບ, ລວມທັງໄດ້ຮັບ ຂໍ້ມູນ, ການສຶກສາ ແລະ ວິທີການທີ່ຖືກຕ້ອງ."

 

ນອກນັ້ນປີນີ້, ລັດຖະບານກໍໍ່ໄດ້​​ສະເຫຼີມສະຫຼອງຄົບຮອບ 20 ປີ ຂອງ ​​ນະໂນບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ(NPDP) ເຊິ່ງນະໂຍບາຍດັ່ງກ່າວຍັງຕ້ອງໄດ້ຮັບການປັບປຸງ. ປັດຈຸບັນ UNFPA ໃຫ້ການສະໜັບສະໝູນໃນການປັບປຸງນະໂຍບາຍປະຊາກອນ, ເຊິ່ງການປັບປຸງດັ່ງກ່າວຈະສະທ້ອນໃຫ້ເຫັນຈາກຜົນການຄາດຄະເນປະຊາກອນ ແລະ ຂົງເຂດການພັດທະນາອື່ນໆການກະກຽມກິດຈະກຳເຫຼົ່ານີ້ແມ່ນມີຄວາມສໍາຄັນເພື່ອກະກຽມໃສ່ກອງປະຊຸມ​​ສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ທີ່ຈະຄົບຮອບ 25 ປີ ໃນປີໜ້ານີ້.

 

ອົງການ UNFPA ໄດ້ໃຫ້ການສະໜັບສະໜູນ ສປ ລາວ ໃນຂົງເຂດວຽກງານ​​ວາງແຜນຄອບຄົວມາແຕ່ປີ  1995 ຫຼັງຈາກກອງປະຊຸມ ICPDແລະ ​​ໄດ້ມີຄວາມຄືບໜ້າຫຼາຍ ​​​ໂດຍສະເພາະກິດຈະກຳການສະໜອງຂໍ້ມູນ ແລະ ບໍລິການ ການວາງແຜນຄອບຄົວສາມາດເຂົ້າເຖິງຫລາຍພໍສົມຄວນ. ແຕ່ເຖິງຢ່າງໃດກໍຕາມ, ເມື່ອເຮົາສັງເກດຈາກຜົນ​​ຂອງຕົວຊີ້ວັດຈາກການສຳຫຼວດດັດສະນີໝາຍສັງຄົມລາວ (LSIS), ເຫັນວ່າ​​ເຮົາຍັງບໍ່​​ສາມາດເຂົ້າເຖິງທຸກຄົນ​​ໄດ້ເທື່ອ. ​ເພື່ອໃຫ້ບັນລຸຕາມ ເປົ້າໝາຍການພັດທະນາແບບຍຶນຍົງ (SDGs), ​​ຮັບປະກັນການພັດທະນາທີ່ມີຄວາມເທົ່າທຽມ ແລະ ມີສ່ວນຮ່ວມຂອງທຸກຄົນໂດຍບໍ່ປ່ອຍປະຜູ້​​ໃດໄວ້ຂ້າງຫຼັງ. ດັ່ງນັ້ນ, ພວກເຮົາຕ້ອງໄດ້ເພີ່ມທະວີຄວາມພະຍາຍາມຫຼາຍຂື້ນ. ​ອົງການ UNFPA ທົ່ວໂລກ ໄດ້ຮັບຮອງແຜນຍຸດທະສາດ​​ໃໝ່ ເຊິ່ງມີເປົ້າໝາຍຫລຸດ ອັດຕາຄວາມຕ້ອງການຊົມໃຊ້ການຄຸມກຳເນີດທີ່ຂາດການສະໜອງ (unmet need) ແລະ ອັດຕາການຕາຍຂອງແມ່ (MMR) ໃຫ້ເຫຼືອ ສູນ ໃນປີ 2030, ​​​ບັນດາເປົ້າໝາຍສ້າງການປ່ຽນແປງເຫຼົ່ານີ້ ຈະເປັນຕົວຊີ້ນຳການຈັດຕັ້ງປະຕິບັດວຽກງານຂອງພວກເຮົາຢູ່ທຸກປະເທດລວມທັງ ລາວ ເຊິ່ງເປັນບ່ອນທີ່ພວກເຮົາຢາກເຫັນ ການວາງແຜນຄອບຄົວສະໜອງໃຫ້ສຳລັບທຸກຄົນ.ກ່າວໂດຍທ່ານ ນາງ Frederika Meijer, ຜູ້ຕາງໜ້າອົງການ UNFPA ປະຈຳລາວ.

 

 

ສປປ ລາວ ໄດ້​​ມີຄວາມຄືບໜ້າ​​ໃນຫຼາຍໆຂົງເຂດໃນການປັບປຸງສະພາບການເປັນຢູ່ທີ່ດີຂອງປະຊາຊົນແລະ ແກ້ໄຂ​​ບັນຫາຕ່າງໆທີ່ກ່ຽວຂ້ອງກັບປະຊາກອນ. ອັດຕາການຕາຍຂອງແມ່ ຫຼຸດລົງເຖິງ 2061 ຕໍ່ການເກີດ 100,000 ຄົນ ໃນປີ 2015 ຈາກ 3572 ຕໍ່ການເກີດ 100,000 ຄົນ ໃນປີ 2011. ອັດຕາການເກີດທີ່ໄດ້ຮັບການຊ່ວຍເຫຼືອຈາກແພດຜູ້ຊຳນານງານ (SBA) ເພີ່ມຂຶ້ນຈາກ 37.5 ສ່ວນຮ້ອຍ ໃນປີ 2011 ມາເປັນ 65ສ່ວນຮ້ອຍໃນປີ 2017.

ທ່ານກ່າວຕື່ມອີກວ່າ ເຖິງແມ່ນອັດຕາການເກີດລູກໃນກຸ່ມແມ່ຍິງໄວຫນຸ່ມອາຍຸ 15-19 ປີ ແມ່ນຫຼຸດລົງພຽງເລັກຫນ້ອຍຈາກ 942 ຄົນຕໍ່ເດັກຍິງ 1000 ຄົນໃນປີ 2011 ລົງມາ 833 ຕໍ່ເດັກຍິງ 1000 ໃນປີ 2017. ພວກເຮົາບໍ່ຄວນເບິ່ງຂ້າມຄວາມສໍາຄັນຂອງໄວໜຸ່ມຍິງ, ​ໂດຍ​​​ໃຫ້ການສົ່ງເສີມຜ່ານກິດຈະກຳນາງນ້ອຍ, ເພາະວ່າ​​ ນາງນ້ອຍ ຈະກາຍເປັນເປັນຜູ້ໃຫຍ່ໃນອະນາຄົດ ແລະ ເມື່ອນາງວກາຍເປັນແມ່ຍິ້ງທີ່ມີຄວາມເຂັ້ມແຂງ, ສາມາດວາງແຜນຄອບຄົວຂອງຕົນເອງ, ນາງກໍສາມາດວາງແຜນຊີວິດຂອງນາງໄດ້,  ສາມາດ​​ເຂົ້າເຖິງການສຶກສາທີ່ດີ, ມີວຽກເຮັດງານທໍາທີ່ດີ, ແລະ ປະກອບສ່ວນໃຫ້ຄອບຄົວ, ຊຸມຊົນ ແລະ ປະເທດຊາດຂອງນາງຫຼາຍຂື້ນ."

UNFPA ແລະ ບັນດາອົງການຕ່າງໆ ທັງພາຍໃນ ແລະ ສາກົນ ຍັງສືບຕໍ່ໃຫ້ການສະໜັບສະໜູນ ລັດຖະບານ ສປປ ລາວຈັດຕັ້ງປະຕິບັດໂຄງການຕ່າງໆ ເພື່ອປຸກລະດົມໃຫ້ເຂົ້າເຖິງຂໍ້ມູນແລະ ການບໍລິການ​​ວາງແຜນຄອບຄົວ ໂດຍສະເພາະແມ່ນໄວໜຸ່ມ ແລະ ໄວໜຸ່ມຍິງເຊັ່ນ ນາງນ້ອຍ. ນັ້ນກໍ່ເພື່ອຫຼຸດຜ່ອນອັດຕາການແຕ່ງງານແຕ່ອາຍຸຍັງນ້ອຍ ແລະ ຖືພາໃນໄວໜຸ່ມ, ໃຫ້ໄວໝຸ່ມທຸກຄົນມີໂອກາດບັນລຸເປົ້າໝາຍຕາມຄວາມສາມາດຂອງຕົນ, ແລະຫຼຸດຜ່ອນການອອກໂຮງຮຽນ ແລະ ສົ່ງເສີມວຽກງານຕ່າງໆເພື່ອໃຫ້ເສດຖະກິດຂອງປະເທດຂະຫຼາຍຕົວອີກດ້ວຍ.

ງານໃນມື້ນີ້ ສຸມໃສ່ການໂຄສະນາປຸກລະດົມ ພ້ອມທັງສະ​ແດງ​ໃຫ້​ເຫັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນງານ​ສົ່ງ​ເສີມ​ດ້ານ​ສຸ​ຂະ​ພາບ ແລະ ​ການ​ວາງ​ແຜນ​ຄອບ​ຄົວຂອງ​ຂັ້ນ​ທ້ອງຖີ່ນ. ​​ຜູ້​ເຂົ້າ​ຮ່ວມ​​ໃນ​ງານ​ມື້​ນີ້ ມາຈາກຫຼາກຫຼາຍ​ຂະ​ແໜງ​ການ ທັງ​​​ພາກລັດ, ສະ​ຖານ​ທູດ, ຜູ້ແທນ​​ຈາກບັນ​ດາແຂວງ, ອົງ​ການ​ຊ່ວຍ​ເຫຼືອ​ທາງສັງ​ຄົມ, ​​ອົງ​ການສະຫະປະຊາຊາດ ແລະ ອົງ​ການ​ຊ່ວຍ​ເຫຼືອ​ດ້ານ​ອື່ນໆ.

 

 

 

  1. The Population and Housing Census 2015
  2. The Lao Social Indicator Survey 2011-2012
  3. The Lao Social Indicator Survey 2017-2018

 

 

ຂໍ້ມູນເພີ່ມເຕີມກະລຸນນາຕິດຕໍ່:

ກະຊວງແຜນການ : Mr. Morakot Vongxay                                                                    UNFPA: Kay AmphoneSinghalath

E-mail: k_vongxay@hotmail.com                                                                              E-mail: Singhalath@unfpa.org

Tel: 021 222214                                                                                                             Tel: 020 7777 6597